ການທີ່ພະເຈົ້າຊົງເອົາຕົ້ນໄມ້ທີ່ໃຫ້ຮູ້ຈັກດີແລະຮູ້ຈັກຊົ່ວໄວ້ໃນສວນເອເດນ ກໍເພາະວ່າ ອາດາມ ແລະ ເອວາ ຍັງບໍ່ສົມບູນ. ສໍາລັບສິ່ງທີ່ສົມບູນແລ້ວ ເຖິງແມ່ນວ່າມີກົດໝາຍ ແຕ່ກົດໝາຍນັ້ນ ກໍບໍ່ແມ່ນອຸປະສັກ. ດັ່ງທີ່ໄດ້ມີບັນທຶກໄວ້ວ່າ 1 ຕທ 1:9 『ພວກເຮົາກໍຮູ້ຄືກັນວ່າ ກົດໝາຍນັ້ນບໍ່ໄດ້ຕັ້ງໄວ້ສຳລັບຄົນດີ ແຕ່ສຳລັບຄົນດັ່ງຕໍ່ໄປນີ້: ຄົນລະເມີດກົດໝາຍ ແລະ ຜູ້ຮ້າຍອ້າຍໂຈນ ຄົນຊົ່ວຊ້າ ...』 ໃນບ່ອນທີ່ບໍ່ສົມບູນ ກົດໝາຍຈະກາຍເປັນອຸປະສັກທີ່ຍິ່ງໃຫຍ່. ກ່ຽວກັບເລື່ອງນີ້ ອັກຄະທູດໂປນໄດ້ກ່າວໄວ້ດັ່ງຕໍ່ໄປນີ້ ລມ 7:10-11 『ແລະ ເຮົາກໍຕາຍ: ຝ່າຍຂໍ້ຄຳສັ່ງທີ່ໝາຍເຖິງການນຳໄປສູ່ຊີວິດ ໃນກໍລະນີຂອງເຮົາ ພັດນຳໄປສູ່ຄວາມຕາຍ. ບາບໄດ້ພົບຊ່ອງທາງ ແລະ ໂດຍວິທີຂໍ້ຄຳສັ່ງມັນໄດ້ຫຼອກລວງເຮົາ ແລະ ໄດ້ຂ້າເຮົາໃຫ້ຕາຍ』 ໃນສວນເອເດນ ຄໍາສັ່ງທີ່ວ່າ “ຫ້າມກິນໝາກໄມ້ຈາກຕົ້ນໄມ້ທີ່ໃຫ້ຮູ້ຈັກດີແລະຮູ້ຈັກຊົ່ວ” ແມ່ນພະບັນຍັດ. ແຕ່ວ່າ ຊາຕານໄດ້ໃຊ້ເປັນຊ່ອງທາງຫຼອກລວງເອວາໃຫ້ກິນໝາກໄມ້ຈາກຕົ້ນໄມ້ທີ່ໃຫ້ຮູ້ຈັກດີແລະຮູ້ຈັກຊົ່ວ ແລ້ວໃຫ້ອາດາມກິນນຳ ຈຶ່ງນຳໄປສູ່ຄວາມຕາຍ (ການອ້າງອີງ ປຖກ 3:1-6). ພະບັນຍັດເປັນສິ່ງທີ່ໃຫ້ມີຊີວິດ ແຕ່ໃນທີ່ສຸດ ມະນຸດໄດ້ຝ່າຝືນພະບັນຍັດ ຈຶ່ງຖືກຂັງໄວ້ໃນຄວາມຕາຍ.
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ